A Visit to the Mushroom Farm/ ການໄປຢ້ຽມຢາມຟາມເຫັດ

The Farm

 

 

 

 

What better way to learn about new money-making crops than a field trip? In mid-February a group of farmers from Thathom District in Saysomboun Province, local district partners and MCC staff travelled to Paksan, in Bolikamxay Province, for a week to observe and work at a local oyster mushroom farm. There they learned the steps for growing mushrooms, from mixing of the sawdust base to adding the starter culture to eating good mushroom soup for lunch.

The training started at the very beginning: for a day and a half the group worked to prepare the materials to make a damp base for the mushrooms to grow. They then filled the mushroom sawdust bags. This is a job for people who like to sit around and chat, since it means sitting in a circle, filling and tamping down hundreds of bags of soil and tightly tying them with twine. Good work for long mornings and afternoons!

Soil bags

 

 

 

 

The bags were steamed in the giant steamer for several hours for sterilisation, then cooled for 24 hours, before the starter was added and they were sealed up to await mushroom growth.

 

The steamer, which must be kept at full fiery blast for over six hours to sterilize the soil. It can fit a thousand soil bags inside!

The steamer, which must be kept at full fiery blast for over six hours to sterilize the soil. It can fit a thousand soil bags inside! ການໜຶ້ງ ຕ້ອງໄດ້ຮັກສາອຸນະພູມຄວາມຮ້ອນໄດ້ຄົງທີ່ ປະມານ 6 ຊົ່ວໂມງ ເພື່ອຂ້າເຊື້ອ. ໜໍ້ໜຶ້ງນີ້ ສາມາດບັນຈຸຖົງຂີ້ເລື່ອຍ ໄດ້ເປັນພັນໆຖົງໃນເວລາດຽວກັນ.

 

 

 

 

 

 

 

 

Over the next few days the group was able to observe this process fully, and then were able to observe the differences in bags at the one-week mark, up to the almost ready month-old bags. The mushrooms will then grow and produce for up to 4 months.

It was a very interesting week, full of lots of questions, work and demonstrations! The mushroom farmer, Ms. Gaeo, spent a lot of time explaining and teaching the techniques of farming mushrooms to the group, about preparing the materials, ordering starter and selling the mushrooms. It was a fun and informative time at the mushroom farm. Hopefully with this information the group will be able to work together to start similar operations in Thathom District.

 

ຈະມີວິທີໃດທີ່ຈະດີກວ່າໃນການຕັດສິນໃຈກ່ຽວກັບການປູກພືດສ້າງລາຍຮັບຫລາຍກວ່າການເຮັດວຽກພາກສະໜາມ? ໃນກາງເດືອນກຸມພາທີ່ຜ່ານມາ, ກຸ່ມຊາວກະສິກອນຈາກເມືອງທ່າໂທມ ແຂວງໄຊສົມບຸນ, ຄູ່ຮ່ວມງານເມືອງແລະພະນັກງານMCC ໄດ້ເດີນທາງໄປປາກຊັນ ແຂວງບໍລິຄໍາໄຊ ເພື່ອຖອດຖອນບົດຮຽນກ່ຽວກັບການປູກເຫັດນາງລົມເປັນເວລາ 1 ອາທິດ. ຢູ່ໃນທີ່ນັ້ນ, ພວກເຂົາໄດ້ມີການຮຽນຮູ້ຂັ້ນຕອນການປູກເຫັດຊຶ່ງເລີ່ມຈາກການປະສົມຂີ້ເລື່ອຍ, ການໃສ່ເຊື້ອເຫັດຈົນເຖິງການໄດ້ກິນແກງເຫັດເປັນອາຫານທ່ຽງ.​ ພວກເຂົາໄດ້ເລີ່ມຈາກຂັ້ນຕອນຕົ້ນໆເຊັ່ນ: ພວກເຂົາໃຊ້ເວລາໃນການຕຽມຂີ້ເລື່ອຍ, ຄົນໃຫ້ເຂົ້າກັນ, ຜະສົມກັບນໍ້່າ ແລະ ສ່ວນຜະສົມອື່ນໆ ເພື່ອເຮັດໃຫ້ມັນປຽກຊຸມສໍຳລັບການປູກເຫັດ. ຈາກນັ້ນ, ພວກເຂົາກໍຮ່າຍຂີ້ເລື່ອຍທີ່ຜະສົມແລ້ວໃສ່ຖົງຢາງ. ແລະນີ້ກໍເປັນອີກວຽກໜຶ່ງສຳລັບຄົນທີ່ມັກນັ່ງ ແລະ ກໍລົມກັນ, ພວກເຂົາກໍຈະນັ່ງເປັນວົງມົນ ແລະ ຮ່າຍຂີ້ເລື່ອຍທີ່ຜະສົມແລ້ວໃສ່ຖົງ, ຕອກຂີ້ເລື່ອຍໃຫ້ແໜ້ນໆ ແລ້ວມັດດ້ວຍເຊືອກຝັ້ນ. ຊາວກະສິກອນໄດ້ເຮັດວຽກຢ່າງໜັກຕະຫຼອດ ເຊົ້າຈົນຮອດບ່າຍ.

The soil bags are stacked when they start producing mushrooms. That way one can just walk along the wall and pick them

The soil bags are stacked when they start producing mushrooms. That way one can just walk along the wall and pick them ຖົງເຊື້ອເຫັດກໍຈະຖືກເຈາະຮູເມື່ອເຫັດເລີ່ມອອກ ແລະ ວິທີການເກັບເຫັດ ກໍພຽງແຕ່ຍ່າງເລາະຕາມຮ່ອມທີ່ວາງຖົງເຫັດໄວ້ ແລ້ວກໍເກັບເຫັດທີ່ໃຫຍ່ພໍດີກິນ.

 

 

 

 

 

 

 

 

ຈາກນັ້ນ, ຖົງຂີ້ເລື່ອຍກໍຈະຖືກນຳໄປໜຶ້ງໃນໜໍ້ໃຫຍ່ປະ ມານ 6 ຊົ່ວໂມງ, ແລ້ວປະໄວ້ 24 ຊົ່ວໂມງເພື່ອໃຫ້ກ້ອນເຫັດເຢັນລົງ ກ່ອນຈະໃສ່ເຊື້ອເຫັດລົງໃນຖົງ ແລ້ວຖືກອັດໄວ້ລໍຖ້າການຈະເລີນເຕີບໂຕຂອງເຊື້ອເຫັດ, ຊຶ່ງໃຊ້ເວລາ ປະມານ ສີ່ອາທິດ, ຊາວກະສິກອນສາມາດສັງເກດເຫັນຂະບວນການນີ້ຢ່າງຄົບຖ້ວນ ແລະ ໄດ້ເຫັນການຂະຫຍາຍຕົວຂອງເຊື້ອເຫັດໃນອາທິດຕໍ່ມາ, ເດືອນຕໍ່ມາ ແລະ ໃນທີ່ສຸດກໍໄດ້ເຫັນເຫັດເກີດ ແລະ ກໍສືບຕໍ່ໃຫ້ຜົນຜະລິດຈົນຮອດສີ່ເດືອນ!

ອາທິດນັ້ນ, ໄດ້ເປັນອາທິດທີ່ໜ້າຕື່ນເຕັ້ນຫຼາຍ ແລະ ກໍມີຄຳຖາມຫຼາຍໆຢ່າງເກີດຂຶ້ນ ບໍ່ວ່າຈະເປັນການເຮັດວຽກ ຫຼື ການສາທິດ! ນາງ ແກ້ວ ເປັນວິຊາການດ້ານ ການປູກເຫັດ ໄດ້ອະທິບາຍ ແລະ ສອນຢ່າງລະອຽດໃຫ້ແກ່ຊາວກະສິກອນກ່ຽວກັບວິທີການປູກເຫັດ, ກະກຽມວັດສະດຸ ແລະ ການສັ່ງຊື້ເຊື້ອເຫັດ ຕະຫຼອດເຖິງການຂາຍເຫັດ. ຂ້ອຍໄດ້ມີຄວາມມ່ວນຊື່ນ ແລະ ໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບວິທີການປູກເຫັດ. ແຕ່ກໍຫວັງວ່າ ຄວາມຮູ້ ແລະ ຂໍ້ມູນທີ່ໄດ້ຮັບ ຈະຊ່ວຍໃຫ້ກຸ່ມຊາວກະສິກອນໄດ້ລວມຕົວກັນໃນການເລີ່ມປະຕິບັດວຽກງານທີ່ຄ້າຍຄືກັນຢູ່ໃນເມືອງທ່າໂທມ.

Group Photo

 

 

 

Leave a comment

Filed under Uncategorized

Leave a comment